ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ​ປະທານ​ປະ​ເທດ​​ ສສ ຫວຽດນາມ
ປຸກລະດົມບຸນ​ເຕັດ​ປູກ​ຕົ້ນໄມ້ ຫວນ​ຄືນ​ມູນເຊື້ອ​ຂອງ​ປະທານ​ໂຮ່​ຈີ​ມິນ

     ວິທະຍຸ​ແຫ່ງ​ຊາດ​ ຫວຽດນາມ​ ລາຍ​ງານ​ໃຫ້​ຮູ້​ໃນວັນ​ທີ 15 ກຸມພາ 2024 ນີ້, ຢູ່​ຕາແສງ​ກິມ​ຝູ໋ ນະຄອນ ຕວຽນ​ກວາງ, ທ່ານ ຫວໍ​
ວັນ ​ເຖືອງ ປະທານ​ປະເທດ ຫວຽດນາມ ໄດ້​ເຂົ້າ​ຮ່ວມກ່າວ​ຄຳ​ເຫັນ ແລະ ຕີ​ກອງ​ພິທີ​ປຸກລະດົມ “ບຸນ​ເຕັດ​ປູກ​ຕົ້ນໄມ້​ຫວນ​ຄືນ​ບຸນຄຸນ
​ຂອງ​ປະທານ​ ໂຮ່​ ຈີ​ ມິນ ຕະຫຼອດ​ໄປ”. ເຊິ່ງ​ການ​ກ່າວ​ຄຳ​ເຫັນ​ຕໍ່​ພິທີ​ປຸກລະດົມ, ພ້ອມ​ທັງໄດ້​ຕີ​ລາຄາ​ສູງ​ໝາກຜົນທີ່​ບັນດາ​ກະຊວງ, ຂະ
ແໜງການ, ທ້ອງຖິ່ນ, ບັນດາ​ອົງການ, ສ່ວນ​ບຸກຄົນ​ບັນລຸ​ໄດ້​ໃນ​ການ​ປະຕິບັດ​ໂຄງການ​ປູກ​ຕົ້ນໄມ້ 1 ຕື້​ຕົ້ນ ແລະ ທ່ານ​ໄດ້​ເນັ້ນ​ໜັກ​ວ່າ:
ແຜນ​ນະໂຍບາຍ​ສະເໝີ​ຕົ້ນ​ສະເໝີປາຍ​ຂອງປະເທດ ແມ່ນ​ມຸ່ງ​ໜ້າ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ, ຕັດສິນ​ຮັບ​ມື​ກັບ​ການ​ປ່ຽນແປງ
​ຂອງ​ດິນ​ຟ້າ​ອາກາດ, ສ້າງ​ພື້ນຖານ​ເສດຖະກິດ​ສີຂຽວ, ເສດຖະກິດ​ໝູນວຽນ, ເປັນ​ມິດ​ກັບ​ສິ່ງແວດລ້ອມ ແລະ ພວມ​ປະຕິບັດ​ເປົ້າ​ໝາຍ
​ນຳ​ລະດັບ​ປ່ອຍ​ອາຍ​ພິດ​ລົງ​ໃຫ້​ເຫຼືອ 0 ໃນ​ປີ 2050.

     ທ່ານ​ປະທານປະເທດ ກ່າວ​ອີກວ່າ: ລະດູບານໃໝ່​ແມ່ນ​ລະດູ​ແຫ່ງ​ການ​ອອກ​ໜໍ່​ຈໍ່​ດອກ, ແມ່ນ​ລະດູ​ຕັ້ງ​ຄວາມ​ມຸ່ງ​ຫວັງ ປູກ​ຕົ້ນ ໄມ້​
ແມ່ນ​ການ​ກະທຳ​ທີ​ດີງາມ ແລະ ມີ​ຄວາມ​ໝາຍ. ຕົ້ນໄມ້​ແຕ່​ລະ​ຕົ້ນ​ແມ່ນ​ຂອງຂວັນ​ອັນ​ລ້ຳ​ຄ່າ​ຝາກ​ເຖິງ​ອະນາຄົດ ໃຫ້​ຮຸ່ນ​ຄົນ​ຜູ້​ສຶບ​ທອດ,
ຕົ້ນໄມ້​ຊ່ວຍ​ເພີ່ມ​ພະລັງ​ຊີວິດ​ໃຫ້​ພວກ​ເຮົາ, ດັ່ງນັ້ນ, ພວກ​ເຮົາ​ຕ້ອງ​ປົກ​ປັກ​ຮັກສາ ແລະ ປູກ​ຕົ້ນໄມ້​ໃຫ້ ຫຼາຍ​ຕື່ມ​ອີກ ດ້ວຍ​ຄວາມ​ຮັກ,
ຄວາມ​ຮູ້​ບຸນຄຸນ. ນັ້ນ​ແມ່ນ​ການ​ກະທຳ​ປະກອບສ່ວນ​ສ້າງສາ​ປະເທດ​ຊາດ​ໃຫ້​ນັບ​ມື້​ນັບ​ສວຍ​ສົດ​ງົດ​ງາມ, ສະອາດ​ກວ່​​າ ແລະ ພັດທະນາ
​ແບບ​ຍືນ​ຍົງ, ຢັ້ງຢືນ ຫວຽດນາມ ແມ່ນ​ປະເທດ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ປະຊາ​ຄົມ​ສາກົນ ໃນ​ການ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ, ຮ່ວມ
​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ, ເພື່ອ​ໜ່ວຍ​ໂລກ​ສີຂຽວ”.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 19/02/2024